ໃຫ້ໃຊ້ເງິນທີ່ໄດ້ຮັບຈາກ FEMA ເປັນຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບໄພພິບັດທີ່ກຳນົດໄວ້ [https://www.fema.gov/lo/press-release/20230503/spend-fema-funds-specified-disaster-related-expenses] Release Date: ເດືອນພຶດສະພາ 3, 2023 ຂະນະທີ່ເຈົ້າຂອງເຮືອນແລະຜູ້ເຊົ່າເຮືອນເລີ່ມໄດ້ຮັບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຈາກ FEMA ສຳລັບການຈ່າຍຄ່າເຊົ່າ, ຄ່າສ້ອມແປງເຮືອນ ຫຼື ເງິນຊ່ວຍເຫຼືອສຳລັບຄ່າອື່ນໆ, ທ່ານຈຳເປັນທີ່ຕ້ອງເກັບບັນທຶກການຈ່າຍເງິນຂອງທ່ານ. ໃຫ້ໃຊ້ເງິນຕາມເຫດຜົນທີ່ລະບຸໄວ້ໃນໜັງສືທີ່ FEMA ສົ່ງໄປຫາທ່ານ.   ຂໍ້ແນະນຳທີ່ເປັນປະໂຫຍດ * ຜູ້ສະໝັກທີ່ໄດ້ຮັບອະນຸມັດໃນເຄົາຕີ້ CANNON, HARDEMAN, HARDIN, HAYWOOD, LEWIS, MACON, MCNAIRY, RUTHERFORD, TIPTON ແລະ WAYNE ຈະໄດ້ຮັບໜັງສືຈາກ FEMA ເຊຶ່ງຈະໃຫ້ຂໍ້ມູນກ່ຽວກັບການຊ່ວຍເຫຼືອປະເພດຕ່າງໆທີ່ທ່ານມີສິດໄດ້ຮັບແລະຈຳນວນເງິນທີ່ FEMA ຈະສະໜອງໃຫ້ກັບຄວາມຕ້ອງການຂອງຜູ້ທີ່ມີສິດໄດ້ຮັບຄວາມຊ່ວຍເຫຼືອ.    * ການຊ່ວຍເຫຼືອປະເພດຕ່າງໆອາດລວມເຖິງ ການສ້ອມແປງເຮືອນ (ເຊັ່ນ ໂຄງສ້າງ, ບໍ່ນ້ຳ, ບໍ່ຊຶມ (septic), ລະບົບນ້ຳເສຍ). ເຈົ້າຂອງເຮືອນທີ່ໄດ້ຮັບອະນຸມັດສຳລັບການຊ່ວຍເຫຼືອເລື່ອງການສ້ອມແປງເຮືອນອາດໄດ້ຮັບເງິນບັນເທົາທຸກຕື່ມອີກສຳລັບຜູ້ເປັນເຈົ້າຂອງເຮືອນທີ່ອາໄສຢູ່ເຮືອນຕົນເອງເປັນຫຼັກເພື່ອເຮັດໃຫ້ເຮືອນແຂງແຮງຂຶ້ນ. ເງິນບັນເທົາທຸກນີ້ຈະໃຫ້ນຳໄປໃຊ້ໃນການສ້ອມແປງຫຼັງຄາເພື່ອໃຫ້ຕ້ານທານລົມໄດ້ດີຂຶ້ນ ແລະ ຊ່ວຍປ້ອງກັນບໍ່ໃຫ້ນ້ຳຊຶມເຂົ້າມາ. ສ່ວນການຊ່ວຍເຫຼືອປະເພດອື່ນໆກໍມີ: * ການຊ່ວຍຈ່າຍຄ່າເຊົ່າສຳລັບທີ່ຢູ່ບ່ອນໃໝ່ທີ່ອາໄສຊົ່ວຄາວ * ການສ້ອມແປງ ຫຼື ທົດແທນລົດທີ່ທ່ານໃຊ້ປະຈຳທີ່ເສຍຫາຍ * ຄ່າໃຊ້ຈ່າຍດ້ານການແພດທີ່ບໍ່ມີປະກັນທີ່ທ່ານໄດ້ຈ່າຍເອງສຳລັບການບາດເຈັບທີ່ໄດ້ຮັບຈາກໄພພິບັດ * ການຈ່າຍເງິນຄືນໃຫ້ສຳລັບຄ່າເບິ່ງແຍງເດັກນ້ອຍທີ່ເພີ່ມຂຶ້ນ * ການສ້ອມແປງ ຫຼື ທົດແທນເຄື່ອງມືສຳລັບການປະກອບອາຊີບທີ່ຈຳເປັນ ແລະ ອຸປະກອນໃນການສຶກສາ (ເຊັ່ນ, ຄອມພີວເຕີ, ປຶ້ມຮຽນ, ອຸປະກອນເສີມໃນການຮຽນ) * ຄ່າໃຊ້ຈ່າຍໃນການຍ້າຍບ່ອນຢູ່ ຫຼື ການເຊົ່າບ່ອນເກັບເຄື່ອງທີ່ກ່ຽວຂ້ອງກັບໄພພິບັດ * ທ່ານສາມາດໃຊ້ເງິນຈາກ FEMA ສຳລັບສ້ອມແປງເຮືອນຂອງທ່ານເພື່ອໃຫ້ເຮືອນປອດໄພ, ເຂົ້າຢູ່ໄດ້ ແລະ ໃຊ້ການໄດ້. ຈື່ໄວ້ວ່າທ່ານຈະຕ້ອງເກັບຫຼັກຖານວ່າທ່ານໄດ້ນຳເງິນຊ່ວຍເຫຼືອຜູ້ປະສົບໄພພິບັດນີ້ໄປໃຊ້ແນວໃດ ແລະໃຫ້ເກັບມ້ຽນໃບເສັດຮັບເງິນທັງໝົດຢ່າງນ້ອຍເປັນເວລາສາມປີເພື່ອຢັ້ງຢືນວ່າທ່ານນຳເງິນນີ້ໄປໃຊ້ຫຍັງແດ່. * ເງິນທີ່ຊ່ວຍເຫຼືອຜູ້ປະສົບໄພພິບັດແບບໃຫ້ລ້ານີ້ບໍ່ແມ່ນເງິນທີ່ໃຫ້ເອົາໄປໃຊ້ເປັນຄ່າໃຊ້ຈ່າຍປະຈຳວັນ ເຊັ່ນ ຄ່ານ້ຳຄ່າໄຟ. ອາຫານ. ຢາ ຫຼື ຄ່າໃຊ້ຈ່າຍທີ່ບໍ່ກ່ຽວຂ້ອງກັບໄພພິບັດໂດຍກົງ. * ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຂອງລັດຖະບານເປັນເງິນທີ່ບໍ່ຕ້ອງເສຍພາສີ. ວິທີສະໝັກຂໍການຊ່ວຍເຫຼືອດ້ານໄພພິບັດຈາກ FEMA * ວັນສຸດທ້າຍໃນການສະໝັກຂໍເງິນຊ່ວຍເຫຼືອຈາກ FEMA ແມ່ນວັນ ວັນອັງຄານທີ 6 ມິຖຸນາ. ນີ່ແມ່ນວິທີການສະໝັກ: * ໄປທີ່ DisasterAssistance.gov [https://urldefense.us/v3/__http:/www.DisasterAssistance.gov__;!!BClRuOV5cvtbuNI!V9qeEBYrSNZdnN1w1BSQaAnDtEznFBy6nbCyjLlwEVgoobGfHobimOjzCseDAmd-rAAVxALAdw$] * ໃຊ້ FEMA mobile app [https://www.fema.gov/about/news-multimedia/mobile-app-text-messages] * ໂທຫາສາຍບໍລິການຊ່ວຍເຫຼືອດ້ານໄພພິບັດ (DISASTER ASSISTANCE HELPLINE) ທີ່ເບີ 800-621-3362. ຖ້າທ່ານໃຊ້ບໍລິການຣີເລ ເຊັ່ນ Video Relay Service (VRS), ບໍລິການໂທລະສັບທີ່ມີໂຕໜັງສືສຳລັບຄົນພິການທາງຫູ ຫຼື ບໍລິການອື່ນໆ, ໃຫ້ທ່ານແຈ້ງໝາຍເລກຂອງທ່ານກັບ  FEMA ຕອນທີ່ທ່ານສະໝັກ. ຜູ້ຮັບໂທລະສັບສາຍດ່ວນເວົ້າໄດ້ຫຼາຍພາສາ ແລະ ສາຍດ່ວນນີ້ເປີດບໍລິການຈາກ 6 ໂມງເຊົ້າ ຫາ ທ່ຽງຄືນ ຕາມເວລາຂອງ CENTRAL DAYLIGHT ທຸກວັນ. ໃຫ້ກົດ 2 ສຳລັບພາສາສະເປນ. ກົດ 3 ສຳລັບນາຍພາສາທີ່ເວົ້າພາສາຂອງທ່ານ. * ສຳລັບວິດີໂອກ່ຽວກັບວິທີການສະໝັກສຳລັບຜູ້ໃຊ້ພາສາມື, ໄປທີ່ https://www.youtube.com/watch?v=LU7wzRjByhI&list=PL720Kw_OojlKOhtKG7HM_0n_kEawus6FC&index=6 * ທ່ານສາມາດໄປທີ່ສູນຟື້ນຟູໄພພິບັດເພື່ອຂໍຄວາມຊ່ວຍເຫຼືອໃນການສະໝັກ. ທ່ານສາມາດຊອກຫາສູນຕ່າງໆໄດ້ບ່ອນນີ້: https://egateway.fema.gov/ESF6/DRCLocator ສຳລັບຂໍ້ມູນຫຼ້າສຸດກ່ຽວກັບການຟື້ນຟູລັດເທນເນສຊີຈາກພາຍຸທີ່ຮຸນແຮງ, ລົມທີ່ພັດເປັນເສັ້ນກົງ ແລະພາຍຸທໍນາໂດ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ FEMA.gov/Disaster/4701 [https://www.fema.gov/disaster/4701]. ທ່ານຍັງສາມາດຕິດຕາມໄດ້ທີ່ TN.gov/TEMA [https://www.tn.gov/tema.html]; Twitter.com/TEMA [https://twitter.com/t_e_m_a], Facebook.com/TNDisasterInfo [https://www.facebook.com/TNDisasterInfo/posts/pfbid02zyvrrWRmZNYKiURMVgcYpynEgCEWq81oyPd8FfkBwNDd8JenqGiuCjyDfMW2d3mBl], @FEMARegion4/Twitter [https://twitter.com/femaregion4] ແລະ Facebook.com/FEMA [https://www.facebook.com/FEMA/].